20 ສະຖານທີ່ ທີ່ຄວນໄປທ່ຽວໃນລາວ

1 ວັດຊຽງທອງ, ຫຼວງພະບາງ

ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍທີ່ສຸດແຫ່ງໜຶ່ງຂອງລາວ ເປັນວັດທີ່ມີສະຖາປັດຕະຍະກຳສະໄໝລ້ານຊ້າງທີ່ງົດງາມ ແລະ ສົມບູນແບບ ໂດດເດັ່ນດ້ວຍໂບດທີ່ມີຫຼັງຄາແອ່ນໂຄ້ງລົດຫຼັ່ນກັນລົງມາ 3 ຊັ້ນ ທາງເທີງປະດັບດ້ວຍຍອດຊໍ່ຟ້າຫຼາຍເຖິງ 17 ຍອດ ໝາຍເຖິງວັດທີ່ມີມະຫາກະສັດເປັນຜູ້ສ້າງ. ປະຕູ, ປ່ອງຢ້ຽມ ແລະ ບໍລິເວດໂດຍຮອບ ຕົກແຕ່ງຢ່າງງົດງາມ. ທາງໃນປະດິດສະຖານພະອົງຫຼວງ ພະພຸດທະຮູບສະໄໝລ້ານຊ້າງສີເຫຼືອງທອງ

ທາງດ້ານຫຼັງຂອງໂບດເປັນຮູບຕົ້ນໄມ້ສູງໃຫຍ່ ພ້ອມດ້ວຍສັດໃນວັນນະຄະດີ ເຊິ່ງຕົກແຕ່ງຈາກແກ້ວສີຊິ້ນນ້ອຍໆມາຕິດຕໍ່ເຂົ້າກັນ

2 ຫໍພິພິດທະພັນ ຫຼື ພະລາດຊະວັງຫຼວງພະບາງ

ຕັ້ງຢູ່ກາງເມື່ອງຫຼວງເກົົ່າຫຼວງພະບາງ ສ້າງຂຶ້ນມາຕັ້ງແຕ່ປີ 1904 ເພື່ອເປັນທີ່ພຳນັກຂອງເຈົ້າສີສະຫວ່າງວົງ ກະສັດອົງທີ 12 ຂອງລາຊາອານາຈັກລ້ານຊ້າງຫຼວງພະບາງ. ໂດຍຕົວພະລາດຊະວັງຫຼວງພະບາງຈະເປັນອາຄານສະຖາປັດຕະຍະກຳແບບ Colonial ປະສົມປະສານກັບສິນລະປະແບບລ້ານຊ້າງ

ທັງນີ້ທາງດ້ານໜ້າຂອງພະລາດຊະວັງຫຼວງພະບາງ ຈະເປັນທີ່ຕັ້ງຂອງຫໍພະບາງ ອັນເປັນທີ່ປະດິດສະຖານຂອງພະບາງ ພະພຸດທະຮູບຄູ່ບ້ານຄູ່ເມືອງຂອງຫຼວງພະບາງ ສາມາດເຂົ້າໄປກາບໄຫວ້ຂໍພອນກັນໄດ້

3 ເມືອງເກົ່າຫຼວງພະບາງ

ຕັ້ງຢູ່ອ້ອມພະລາດຊະວັງເກົ່າຫຼວງພະບາງ ຕັ່ງແຕ່ແຄມແມ່ນ້ຳຂອງຈົນຮອດແຄມນ້ຳຄານ ໂດຍບໍລິເວນເມືອງເກົ່ານີ້ຈະມີອານຄານບ້ານເຮືອນເກົ່າແກ່ຕັ້ງລຽງລາຍສອງຟາກທາງ ບາງຫຼັງໄດ້ຮັບການປັບປຸງຈົນສວຍງາມກັບມາມີຊີວິດຊີວາ ບາງຫຼັງກາຍມາເປັນບ່ອນພັກ, ຮ້ານອາຫານ, ຮ້ານກາເຟ ເຊິ່ງຈະສະຫຼັບຂັ້ນດ້ວຍວັດງາມໆ ບັນຍາກາດງຽບສະຫງົບ ຈະຢ່າງທ່ຽວ ຫຼື ຂີ່ລົດຖີບກໍ່ໄດ້.

4 ນ້ຳຕົກຕາດກວາງຊີ ຫຼວງພະບາງ

ເປັນນ້ຳຕົກທີ່ມີຄວາມງາມທີ່ສຸດໃນຫຼວງພະບາງ ຕັ້ງຢູ່ກາງປ່າທີ່ມີຄວາມອຸດົມສົມບູນ ມີລັກສະນະເປັນນ້ຳຕົກຕາດຫີນປູນຂະໜາດໃຫຍ່ ມີທັງໝົດ 4 ຊັ້ນ ໂດຍຊັ້ນທີ່ສູງທີ່ສຸດສູງເຖິງ 75 ແມັດ ມີຂົວໄມ້ລັດເລາະອ້ອມໄປຕາມນ້ຳຕົກ ເຮັດໃຫ້ນັກທ່ອງທ່ຽວສາມາດຢ່າງໄປທ່ຽວຊົມໄດ້ຢ່າງໄກ້ຊິດ ສ່ວນໃຜຢາກຫຼິ້ນນ້ຳ ກໍ່ມີໃຫ້ຫຼິ້ນຢູ່ຊັ້ນລຸ່ມ ນັກທ່ອງທ່ຽວສາມາດລົງຫຼິ້ນນ້ຳໄດ້ ພ້ອມທັງພື້ນທີ່ນັ່ງປິກນິກ, ຮ້ານອາຫານ ແລະ ຮ້ານກາເຟ

5 ນ້ຳຕົກຕາດແສ້ ຫຼວງພະບາງ

ເປັນອີກໜຶ່ງນ້ຳຕົກຕາດທີ່ມີຄວາມສວຍງາມຂອງຫຼວງພະບາງ ຕັ້ງຢູ່ຫ່າງຈາກຕົວເມືອງຫຼວງພະບາງປະມານ 15 ກິໂລແມັດ ການທີ່ຈະເຂົ້າໄປຍັງນ້ຳຕົກຕາດແສ້ຈະຕ້ອງໄປລົງເຮືອຫາງຍາວທີ່ບໍໍລິເວນບ້ານແອນ ນັ່ງເຮືອໄປປະມານ 10 ນາທີ ກໍຈະພົບກັບນ້ຳຕົກຕາດຫີນປູນຂະໜາດໃຫຍ່ທ່າມກາງປາສີຂຽວ ນ້ຳໃນນ້ຳຕົກຈະເປັນສີຟ້າຂຽວມໍລະກົດໃສເຢັນ ສາມາດລົງຫຼິິ້ນນ້ຳໄດ້ຫຼາຍຈຸດ ມີຂົວໄມ້ລັດເລາະໄປທົ່ວນ້ຳຕົກ ແລະ ມີຮ້ານອາຫານໃຫ້ບໍລິການ

6 ໜອງຂຽວ ຫຼວງພະບາງ

ເປັນເມືອງທ່ອງທ່ຽວກາງພູເຂົາເປັນຂັວນໃຈຂອງນັກທ່ອງທ່ຽວໃນແນວແບັກແພັກເກີແຫ່ງໃໝ່ຂອງລາວ ຕັ້ງຢູ່ຫ່າງຈາກເມືອງເກົ່າຫຼວງພະບາງປະມານ 140 ກິໂລແມັດ ມີລັກສະນະເປັນເມືອງນ້ອຍໆແຄມແມ່ນ້ຳອູ ທາງດ້ານຫຼັງຂອງເມືອງເປັນພູເຂົາສູງ ບັນຍາກາດງຽບສະງົບ ຊາວບ້ານຍັງຄົງໃຊ້ຊີວິດແບບລຽບງ່າຍ ມີວິຖີຊີວິດຢູ່ກັບທຳມະຊາດ ໂດຍໄຮໄລຂອງບ່ອນນີ້ແມ່ນຍອດຜາແດງ ຊິ່ງເປັນຜາສູງທີ່ສາມາດເບິ່ງເຫັນວິວເມືອງໜອງຂຽວໄດ້ແບບ 360 ອົງສາ ພ້ອມກັບເຫັນແມ່ນ້ຳອູທີ່ລັດເລາະແນວພູເຂົາກັບພູເຂົາໜ່ວຍໃຫຍ່ທີ່ມີຮູບຮ່າງສວຍງາມແປກຕາ ເຕັມໄປດ້ວຍຕົ້ນໄມ້ສີຂຽວ

7. ພະທາດຫຼວງວຽງຈັນ

ເປັນປູສະນີຍະສະຖານທີ່ສຳຄັນຂອງລາວ ຕັ້ງຢູ່ໃຂາງເມືອງຫຼວງວຽງຈັນ ທີ່ໂດດເດັ່ນດ້ວຍພະທາດສີເຫຼືອງ ສູງປະມານ 45 ແມັດ ພະທາດທີ່ຢູ່ຄິ່ງກາງມີຮູບຮ່າງຄ້າຍກັບດອກບົວຈູມ ອ້ອມຮອບດ້ວຍພະທາດອົງນ້ອຍອີກ 30 ອົງ ເຊິ່ງພະທາດນ້ອຍໆເຫຼົ່ານີ້ມີແຜ່ນທອງຄໍາຢູ່ນໍາ, ມີຫໍໄຫວ້ທັງສີ່ດ້ານ ແລະ ມີຂັ້ນໃດຂຶ້ນຫໍໄຫວ້ທຸກດ້ານ ໃນແຕ່ລະປີຈະມີການຈັດງານນະມັດສະການພະທາດຫຼວງໃນວັນຂຶ້ນ 13 ຄໍ່າ ເດືອນ 12 ປະຊາຊົນຈະມາຮ່ວມງານກັນຢ່າງຄຶກຄັກ

8. ປະຕູໄຊ

ເປັນແລນມາກທີ່ສໍາຄັນຂອງວຽງຈັນອີກແຫ່ງໜຶ່ງ ຕັ່ງຢູ່ໃຈກາງເມືອງ ສ້າງຂຶ້ນໃນປີ 1957 – 1968 ເພື່ອເປັນອະນຸສອນສະຖານໃຫ້ແກ່ວິລະຊົນທີ່ຮ່ວມຮົບໃນການປະກາດເອກະລາດກັບຝຣັ່ງ ມີລັກສະນະເປັນປະຕູ ຮູບຊົງຄ້າຍກັບປະຕູໄຊຂອງຊຝຣັ່ງ ແຕ່ຕົກແຕ່ງພາຍໃນແບບສິນລະປະລ້ານຊ້າງ ດ້ານໜ້າເປັນລານນ້ຳພຸ ກັບ ສວນ ໃນຊ່ວງຍາມແລງ ຈະມີການເປີດນ້ຳພຸ ບັນຍາກາດສວຍງາມ

9. ວັດຊຽງຄວນ

ຕັ້ງຢູ່ທາງໃຕ້ຂອງວຽງຈັນ ຫ່າງຈາກຕົວເມືອງປະມານ 20 ກິໂລແມັດ ຕົວວັດຕັ້ງຢູ່ໃກ້ແມ່ນ້ຳຂອງ ໂດດເດັ່ນດ້ວຍພະພຸດທະຮູບ ແລະ ສິ່ງສັກສິດຕາມສາສະໜາພຸດ ແລະ ຮິນດູ ຫຼາຍກວ່າ 200 ອົງ ເຊິ່ງຕັ້ງກະຈາຍຕົວຢ່າງສວຍງາມຢູ່ອ້ອມສວນ ແລະ ຍັງຮົ່ມເຢັນດ້ວຍຕົ້ນໄມນ້ອຍໃຫຍ່ ບັນຍາກາດງຽບສະຫງົບ

10. ນ້ຳຕົກຕາດຟານ ແຂວງຈຳປາສັກ

ເປັນນ້ຳຕົກຕາດທີ່ມີເອກະລັກໂດດເດ່ນ ຕັ້ງຢູ່ໃນເມືອງປາກຊ່ອງ ຫ່າງຈາກເມືອງປາກເຊປະມານ 37 ກິໂລແມັດ ຄວາມສວຍງາມຂອງນ້ຳຕົກຕາດຟານແມ່ນຢູ່ທີ່ການເປັນນ້ຳຕົກສອງສາຍໄຫຼຕົກລົງໜ້າຜາສູງກວ່າ 100 ແມັດ ອັນເປັນປາກປ່ອງພູເຂົາໄຟບູຮານ ທ່າມກາງປ່າອັນອຸດົມສົມບູນ

ແຕ່ໄຮໄລຂອງບ່ອນນີ້ແມ່ນ ກິດຈະກຳແນວພະຈົນໄພ ທັງການໂຫນຊິບລາຍຂ້າມນ້ຳຕົກ ແລະ ການປີນໜ້າຜາບໍລິເວນນ້ຳຕົກ ທັງນີ້ການໂຫນຊິບລາຍໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຂ້ອນຂ້າງຫຼາຍ ເພາະເປັນຊິບລາຍທີ່ມີຄວາມສູງປະມານ 220 ແມັດ ແລະ ຍັງມີໃຫ້ເລືອກວ່າຈະໂຫນໄປດ້ວຍມືທຳມະດາ ຫຼື ຈະນັ່ງຈິບກາເຟ ຮັບປະກັນຄວາມຫວາດສຽວ

11. ພູພຽງບໍລະເວນ (Bolaven Plateau) ຈຳປາສັກ

ເປັນພື້ນທີສູງບໍລິເວນແຂວງຈຳປາສັກ ເຊິ່ງສູງຈາກນ້ຳທະເລປະມານ 1,000 – 1,400 ແມັດ ພື້ນທີ່ອ້ອມຮອບມີຄວາມອຸດົມສົມບູນຫຼາຍ ມີນ້ຳຕົກຕາດງາມໆຫຼາຍບ່ອນ ພ້ອມທັງເສັ້ນທາງເດີນປ່າຫຼາຍເສັ້ນທາງ ແຕ່ສິ່ງທີ່ເຮັດໃຫ້ພູພຽງບໍລະເວນເປັນທີ່ຮູ້ຈັກແມ່ນ ສວນກະເຟອາລະປິກ້າ ເພາະທັງທີ່ຕັ້ງ ແລະ ອາກາດທີ່ເໝາະສົມຕໍ່ການປູກກາເຟ ເຮັດໃຫ້ກາເຟບ່ອນນີ້ມີລົດຊາດເຂັ້ມຂົ້ນລົງໂຕກິນຫອມ

ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈໃນເຂດພູພຽງບໍລະເວນເຊັ່ນ ນ້ຳຕົກຕາດຟານ, ນ້ຳຕົກຕາດເຢືອງ, ຕາດຈຳປີ, ອຸທະຍານແຫ່ງຊາດດົງຫົວສາວຸ ຕາດຂະມຶດ, ຕາດເສືອ ແລະ ຕາດຜາສ້ວມເປັນຕົ້ນ

12. ສີ່ພັນດອນ ຈຳປາສັກ

ເປັນໝູ່ເກາະໃນແມ່ນ້ຳຂອງ ແຂວງຈຳປາສັກ ໂດຍມີເກາະເລັກເກາະນ້ອຍແຕກຍ່ອຍອອກມາຫຼາຍກວ່າ 4,000 ເກາະ, ຊາວບ້ານຈຶ່ງເອີ້ນກັນວ່າ ສີ່ພັນດອນ ໂດຍແຕ່ລະເກາະຈະມີຊາວບ້ານອາໄສຢູ່ ສ່ວນໃຫຍເຮັດອາຊີບປະມົງ ແລະ ກະເສດ ບ່ອນນີ້ຈະມີບ່ອນທ່ອງທ່ຽວທີ່ໂດງດັງຄື ຫຼີ່ຜີ ແລະ ຄອນພະເພັງ

ສຳລັບຫຼີ່ຜີ ຈະເປັນນ້ຳຕົກທີ່ຢູ່ລະຫວ່າງດອນຄອນ ແລະ ດອນ sanlat ມີລັກສະນະເປັນແກ່ງຫິນຂະໜາດນ້ອຍໃຫຍ່ຂວາງລຳນ້ຳຂອງ ເກີດເປັນນ້ຳຕົກຂະໜາດມະຫຶມາທີ່ມີພື້ນທີ່ກວ້າງຂວາງເບິ່ງໄປໄກສຸດສາຍຕາ ສາມາດທີ່ຈະເບິ່ງຈາກຟັ່ງກຳປູເຈຍໄດ້ອີກດ້ວຍ

ສ່ວນນ້ຳຕົກຕາດຄອນພະເພັງ ຈະຢູ່ທາງຝັ່ງແຜ່ນດິນໃຫຍ່ ເກີດຈາກການຍຸບຕົວຂອງແຜ່ນດິນໃນແມ່ນ້ຳຂອງ ເຮັດໃຫ້ເກີດແກ່ງຫິນສີດຳນ້ອຍໃຫຍ່ຂວາງລຳນ້ຳຂອງເຊັ່ນກັນ ແລະ ເຮັດໃຫ້ກາຍເປັນນ້ຳຕົກຂະໜາດໃຫຍ່ ມີຮູບຮ່າງສວຍງາມປານນ້ຳຕົກໄນແອງກາລາໃນປະເທດສະຫະລັດອາເມລິກາ ແລະ ແຄນນາດາ ນັກທ່ອງທ່ຽວຈອ່ງໃຫ້ສາຍາວ່າ ໄນແອງກະລາແຫ່ງອາຊີ

13. ປາສາດຫິນວັດພູ ຈຳປາສັກ

ຕັ້ງຢູ່ຫ່າງຈາກເມືອງປາກເຊປະມານ 40 ກິໂລແມັດ ເປັນບູຮານສະຖານທີ່ສໍາຄັນຂອງພາກໃຕ້ ມີອາຍຸຫຼາຍກວ່າ 1000 ປີ ສັນນິຖານວ່າສ້າງຂຶ້ນປະມານສັດຕະວັດທີ 12 ມີສະຖາປັດຕະຍະກໍາແບບຂອມ ບໍລິເວນໂດຍຮອບມີສະນ້ໍາ ມີສະນ້ໍາໃຫຍ່ຢູ່ດ້ານໜ້າ 2 ສະ ເລີຍຂາກສະນ້ໍາເຂົ້າໄປຈະເປັນທາງຢ່າງທີ່ຢາວເຂົ້າໄປສູ່ຕົວປະສາດ ຖ້າມາທ່ຽວຊ່ວງລະດູຝົນກໍຂະໄດ້ເຫັນຜູເຂົາ ແລະ ບໍລິເວນໂດຍນຮອບຂອງປາສາດ ເປັນສີຂຽວ ຕັດກັບສີນ້ໍາຕານຂອງປາສາດຢ່າງສວຍງາມ ທັງນີ້ປາສາດຫິນວັດພູໄດ້ຮັບການຈົດທະບຽນຂຶ້ນເປັນມໍລະດົກໂລກໂດຍອົງການຢູເນດໂກເມື່ອປິ 2001

14. ຕາດແຊປ່ອງໄລ ອັດຈະປື

ນ້ຳຕົກຕາດລັບໃຈກາງປ່າແຫ່ງແຂວງອັດຕະປື ຫ່າງຈາກເມືອງປາກເຊແຂວງຈຳປາສັກປະມານ 120 ກິໂລແມັດ ເປັນນ້ຳຕົກຕາດຂະໜາດໃຫຍ່ຢູ່ແມ່ນ້ຳວັງເງົາ ເກີດຈາກການຍຸບຕົວຂອງແຜ່ນດິນ ໃນຊ່າງໜ້າຝົນຈະມີນ້ຳຈຳນວນມະຫາສານຈົນເກືອບບໍ່ເຫັນຮ່ອງຫິນເທິງນ້ຳຕົກ ແຕ່ຖ້າເປັນຊ່ວງໜ້າແລ້ງນ້ຳຈະນ້ອຍລົງ ເຮັດໃຫ້ສາມາດລົງໄປຫຼິ້ນນ້ຳໃນແອ່ງນ້ຳໃກ້ໆນ້ຳຕົກໄດ້ ພ້ອມທັງສາມາເຮັດກິດຈະກຳແອັດເວນເຈີເຊັ່ນ ການປີນໜ້າຜານ້ຳຕົກໄດ້

15. ບູລາກູນ ວັງວຽງ

ບ່ອນທ່ຽວທຳມະຊາດທີ່ມີຊື່ສຽງຫຼາຍທີ່ສຸດຂອງວັງວຽງ ປັດຈຸບັນມີຢູ່ 3 ແຫ່ງດ້ວຍກັນ ເຊິ່ງທັງໝົດມີລັກສະນະເປັນບໍ່ນ້ຳຜຸດ ໂດຍນ້ຳຈະເປັນສີຟ້າໃສເຢັນ ນັກທ່ອງທ່ຽວສາມາດລົງໄປຫຼິ້ນນ້ຳໄດ້ ມີທັງຊິງຊ້າ ແພໄມ້ໃຜ່ ເຊືອກໃຫ້ໂຫນໂດດນ້ຳ ພ້ອມທັງມີເສື້ອຊູຊີບໄວ້ບໍລິການ

16. ຜາໜາມໄຊ ວັງວຽງ

ຈຸດຊົມວິວທີ່ງາມທີ່ສຸດແຫ່ງໜຶ່ງຂອງວັງວຽງ ຕົ້ງຢູ່ຜາສູງ ເຊິ່ງສາມາດເບິ່ງເຫັນວິວພູເຂົານ້ອຍໃຫຍ່ ແລະ ທົ່ງນາປ່າເຂົາທີ່ຢູ່ອ້ອມຮອບໄດ້ແບບ 360 ອົງສາ ໂດຍທີ່ຈຸດຊົວວິວຈະເປັນຫີນສີດຳລັກສະນະແປກຕາ ແລະ ທີ່ສຳຄັນຍັງມີການນຳລົດຈັກມາຕັ້ງໄວ້ທີຈຸດຊົມວິວ ໃຫ້ນັກທ່ອງທ່ຽວໄດ້ຖ່າຍຮູບນຳ ການທີ່ຈະຂຶ້ນໄປທີ່ຈຸດຊົມວິວ ຈະຕ້ອງຢ່າງຂຶ້ນພູທີ່ມີຄວາມຊັນລະດັບໜຶ່ງ ຈຶ່ງຕ້ອງລະມັດລະວັງເປັນພິເສດ

17. ທົ່ງໄຫຫີນ ຊຽງຂວາງ

ບູຮານສະຖານອັນໂດດເດັ່ນ ເຊິ່ງຕັ້ງຢູ່ກາງທົ່ງຫຍ້າ ຫ່າງຈາກເມືອງໂພນສະຫວັນປະມານ 7 ກິໂລແມັດ ໂດຍເປັນທົ່ງຫຍ້າທີ່ມີໄຫຫີນຂະໜາດນ້ອຍໃຫຍ່ຕັ້ງກະຈາຍຕົວຢູ່ຕາມພື້ນທີ່ກວ້າງໃຫຍ່ ເຊິ່ງມີຫຼາຍກວ່າ 200 ໄຫ ສັນນິຖານວ່າມີມາຫຼາຍກວ່າ 2000-3000 ປີ ມີຕຳນານເລົ່າສືບຕໍ່ກັນມາຫຼາຍຢ່າງເຊັ່ນ ໄຫຫີນເຫຼົ່ນນີ້ຖືກສ້າງຂຶ້ນມາເພື່ອເອົາໄວ້ໃສ່ເຫຼົ້າສະຫຼອງໄຊຊະນະຂອງກະສັດບູຮານທີ່ຕໍ່ສູ້ກັບຍັກ ບາງກໍ່ວ້າໃຊ້ໃນການກັກເກັບນ້ຳຝົນສຳລັງກອງຄາລາວານທີ່ເດີນທາງໄລຍະໄກໃນເສັ້ນທາງແຖບນີ້ ນອກຈາກນີ້ຍັງມີທົ່ງໄຫຫີນອີກຫຼາຍແຫ່ງທີ່ຢູ່ໃນແຂວງຊຽງຂວາງ

18. Gibbon Experience ຫຼື ບ້ານຕົ້ນໄມ້ ບໍ່ແກ້ວ

ອີກໜຶ່ງປະສົບການທ່ອງທ່ຽວລາວທີ່ຈະໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບປ່າໄມ້ ແລະ ວິຖີຊີວິດທີ່ລຽບງ່າຍຢ່າງແທ້ຈິງ ພ້ອມກັບສະໜຸກສະໜານໄປກັບການຫຼິ້ນຊິບໄລກາງປ່າໃຫຍ່ ໄດ້ນອນບ້ານຕົ້ນໄມ້ສູງແບບທາຊານ ທ່າມກາງບັນຍາກາດຂອງທຳມະຊາດທີ່ສວຍງາມ ແລະ ອຸດົມສົມບູນ. ຊິບໄລແຕ່ລະຈຸດຈະມີຄວາມສູງ ແລະ ຍາວແຕກຕ່າງກັນໄປ ໂດຍໂຕທີ່ຍາວທີ່ສຸດຢູ່ທີ່ 600 ແມັດ ໂດຍຈະພານັກທ່ອງທ່ຽວໄປສຳພັດກັບບັນຍາກາດດັ່ງກ່າວໃນພື່ນທີ່ຂອງ Bokeo National Park ເບິ່ງລາຍລະອຽດໄດ້ທີ່ http://www.gibbonexprience.org

19. ຖ້ຳກອງລໍ ຄຳມ່ວນ

ເປັນຖ້ຳທີ່ໃຫຍ່ທີ່ສຸດແຫ່ງໜຶ່ງໃນລາວ ຕັ້ງຢູ່ເມືອງຄູນຄຳແຂວງຄຳມ່ວນ ດ້ານໃນຂອງຖ້ຳມີຄວາມຍາວເຖິງ 7 ກິໂລແມັດ ໂດຍຈະມີນ້ຳໄຫຼລອດຖ້ຳ ນັກທ່ອງທ່ຽວຈະໄດ້ລ່ອງເຮືອເຂົ້າໄປຊົມບັນຍາກາດພາຍໃນຖ້ຳ ແລະ ໄດ້ແວະລົງເບິ່ງຕາມຈຸດຫິນງອກຫີນຍ້ອຍງາມໆ ພ້ອມທັງຫາດຊາຍກວ້າງພາຍໃນຖ້ຳ ແລ້ວນັ່ງເຮືອທະລຸໄປຍັງອີກເບື້ອງຂອງຖ້ຳ

20. ຖ້ຳວຽງໄຊ ຫົວພັນ

ເປັນອີກໜຶ່ງຖ້ຳທີ່ໜ້າສົນໃຈຂອງລາວ ຕັ້ງຢູ່ທີ່ເມືອງວຽງໄຊ ແຂວງຫົວພັນ ມີລັກສະນັະເປັນຖ້ຳຫີນປູນຂະໜາດໃຫຍ່ ດ້ານໃນຍາວປະມານ 140 ແມັດ ມີການຂຸດເຈາະໃຫ້ເປັນຫ້ອງຕ່າງໆທີ່ສາມາດຮອງຮັບຜູ້ຄົນໄດ້ຫຼາຍເຖິງ 20,000 ຄົນ ດ້ວຍບ່ອນນີ້ເຄີຍເປັນທີ່ຫຼົບໄພໃນຊ່ວງສົງຄາມໂລກຄັ້ງທີ 2 ເຊິ່ງໃນຂະນະນັ້ນຜູ້ນຳຕ່າງໆຈະມີຖານປະຈຳການຢູ່ພາຍໃນຖ້ຳກວ່າ 12 ແຫ່ງໃນປະເທດລາວ ໂດຍຖ້ຳທີ່ມີຊື່ສຽງກໍ່ຄື ຖ້ຳວຽງໄຊແຫ່ງນີ້ ຫ້ອງທີ່ໜ້າສົນໃຈພາຍໃນຖ້ຳວຽງໄຊເຊັ່ນ ຫ້ອງນອນ, ຫ້ອງປະຊຸມ, ຫ້ອງຮັບແຂກ, ຫ້ອງຫຼົບໄພ ແລະ ຫ້ອງສຳລັບຫຼິ້ນກິລາເປັນຕົ້ນ.

ທັງໝົດນີ້ເປັນພຽງສ່ວນໜຶ່ງຂອງຂ່ອງສະຖານທີ່ທ່ອງທ່ຽວລາວງາມໆເທົ່ານັ້ນ ຍັງມີອີກຫຼາຍສະຖານທີ່ທີ່ມີຄວາມໜ້າສົນໃຈ ບໍ່ວ່າຈະເປັນທີ່ທ່ອງທ່ຽວທາງທຳມະຊາດ ຫຼື ທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ.

Design a site like this with WordPress.com
Get started