20 ສະຖານທີ່ ທີ່ຄວນໄປທ່ຽວໃນລາວ

1 ວັດຊຽງທອງ, ຫຼວງພະບາງ ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍທີ່ສຸດແຫ່ງໜຶ່ງຂອງລາວ ເປັນວັດທີ່ມີສະຖາປັດຕະຍະກຳສະໄໝລ້ານຊ້າງທີ່ງົດງາມ ແລະ ສົມບູນແບບ ໂດດເດັ່ນດ້ວຍໂບດທີ່ມີຫຼັງຄາແອ່ນໂຄ້ງລົດຫຼັ່ນກັນລົງມາ 3 ຊັ້ນ ທາງເທີງປະດັບດ້ວຍຍອດຊໍ່ຟ້າຫຼາຍເຖິງ 17 ຍອດ ໝາຍເຖິງວັດທີ່ມີມະຫາກະສັດເປັນຜູ້ສ້າງ. ປະຕູ, ປ່ອງຢ້ຽມ ແລະ ບໍລິເວດໂດຍຮອບ ຕົກແຕ່ງຢ່າງງົດງາມ. ທາງໃນປະດິດສະຖານພະອົງຫຼວງ ພະພຸດທະຮູບສະໄໝລ້ານຊ້າງສີເຫຼືອງທອງ ທາງດ້ານຫຼັງຂອງໂບດເປັນຮູບຕົ້ນໄມ້ສູງໃຫຍ່ ພ້ອມດ້ວຍສັດໃນວັນນະຄະດີ ເຊິ່ງຕົກແຕ່ງຈາກແກ້ວສີຊິ້ນນ້ອຍໆມາຕິດຕໍ່ເຂົ້າກັນ 2 ຫໍພິພິດທະພັນ ຫຼື ພະລາດຊະວັງຫຼວງພະບາງ ຕັ້ງຢູ່ກາງເມື່ອງຫຼວງເກົົ່າຫຼວງພະບາງ ສ້າງຂຶ້ນມາຕັ້ງແຕ່ປີ 1904 ເພື່ອເປັນທີ່ພຳນັກຂອງເຈົ້າສີສະຫວ່າງວົງ ກະສັດອົງທີ 12 ຂອງລາຊາອານາຈັກລ້ານຊ້າງຫຼວງພະບາງ. ໂດຍຕົວພະລາດຊະວັງຫຼວງພະບາງຈະເປັນອາຄານສະຖາປັດຕະຍະກຳແບບ Colonial ປະສົມປະສານກັບສິນລະປະແບບລ້ານຊ້າງ ທັງນີ້ທາງດ້ານໜ້າຂອງພະລາດຊະວັງຫຼວງພະບາງ ຈະເປັນທີ່ຕັ້ງຂອງຫໍພະບາງ ອັນເປັນທີ່ປະດິດສະຖານຂອງພະບາງ ພະພຸດທະຮູບຄູ່ບ້ານຄູ່ເມືອງຂອງຫຼວງພະບາງ ສາມາດເຂົ້າໄປກາບໄຫວ້ຂໍພອນກັນໄດ້ 3 ເມືອງເກົ່າຫຼວງພະບາງ ຕັ້ງຢູ່ອ້ອມພະລາດຊະວັງເກົ່າຫຼວງພະບາງ ຕັ່ງແຕ່ແຄມແມ່ນ້ຳຂອງຈົນຮອດແຄມນ້ຳຄານ ໂດຍບໍລິເວນເມືອງເກົ່ານີ້ຈະມີອານຄານບ້ານເຮືອນເກົ່າແກ່ຕັ້ງລຽງລາຍສອງຟາກທາງ ບາງຫຼັງໄດ້ຮັບການປັບປຸງຈົນສວຍງາມກັບມາມີຊີວິດຊີວາ ບາງຫຼັງກາຍມາເປັນບ່ອນພັກ, ຮ້ານອາຫານ, ຮ້ານກາເຟ ເຊິ່ງຈະສະຫຼັບຂັ້ນດ້ວຍວັດງາມໆ ບັນຍາກາດງຽບສະຫງົບ ຈະຢ່າງທ່ຽວContinue reading “20 ສະຖານທີ່ ທີ່ຄວນໄປທ່ຽວໃນລາວ”

Design a site like this with WordPress.com
Get started